Categories

معلومات المواد باللغة العربية

Issues That Muslims Need to Know

Number of Items: 3

  • ພາສາລາວ

    DOCX

    ອິສລາມຢັງເປັນສາສະຫນາທີ່ຊັດເຈນທີ່ສຸດໃນການໃຫ້ຄວາມຫມາຍກັບຄຳວ່າ 'ພຣະເຈົ້າທີ່ແທ້ຈີ່ງ' ທີ່ບໍ່ມີຜູ້ໃດຄູ່ຄວນແກ່ການບູຊາກາບໄຫວນອກຈາກພຣະອົງ 'ອັລລໍຫ໌' ພຣະອົງໄດ້ກ່າວໄວ້ໃນຄຳພີອັລກຸຣອານວ່າ "ຢ່າໄດ້ສັດທາພຣະເຈົ້າສອງພຣະອົງ ເພາະແທ້ຈິ່ງພຣະອົງຄືພຣະເຈົ້າພຽງອົງດຽວ ດັ່ງນັ້ນຈົ່ງມາຫາເຮົາເຖີດ"

  • ພາສາລາວ

    DOCX

    ຄຳວ່າ “ອີບາດະ” ຫມາຍເຖິງ ການເຮັດຄວາມດີໃນຮູປແບບຄຳເວົ້າ ແລະ ການກະທຳຕ່າງໆ ທີ່ພຣະເຈົ້າພໍໃຈ ແລະ ສົ່ງເສີມໃຫ້ມະນຸດປະຕິບັດ, ບໍ່ວ່າຈະເປັນການປະຕິບັດພາຍນອກກາຍ ເຊັ່ນ ການລະມາດ, ການຈ່າຍພາສີ, ການໄປປະກອບພິທີ່ຮັຈ ຫຼື ຈະເປັນການສຳນຶກສິນລະທຳໃນໃຈ ເຊັ່ນ ຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ທ່ານສາດສະດາທູດ, ການຍ້ຳເກຼງຕໍ່ພຣະເຈົ້າ, ການມອບຫມາຍວາງໃຈຕໍ່ພຣະເຈົ້າ ເປັນຕົ້ນ

  • ພາສາລາວ

    PDF

    ການສັນລະເສິນທັ້ງຫຼາຍເປັນສິດຂອງອັລລໍຫ໌ ເຮົາຂໍສັນລະເສິນຕໍ່ພຣະອົງ ເຮົາຂໍຄວາມຊ່ວຍເຫຼືອຕໍ່ພຣະອົງ ເຮົາຂໍອະໄພຍະໂທດຕໍ່ພຣະອົງ ແລະເຮົາຂໍຄວາມຄູ້ມຄອງຕໍ່ພຣະອົງໃຫ້ຫຼຸດພົ້ນຈາກຄວາມຊົ່ວຮ້າຍຂອງຕົນເອງ ແລະຈາກຄວາມຜິດພາດທີ່ເກິດຈາກການງານທີ່ເຮົາໄດ້ກະທຳ ຜູ້ໃດກໍ່ຕາມທີ່ພຣະອົງສົງໃຫ້ທາງນຳແກ່ເຂົາກໍ່ບໍ່ມີຜູ້ໃດທີ່ເຮັດໃຫ້ລາວຫລົງທາງໄດ້ ແລະຜູ້ໃດທີ່ພຣະອົງໃຫ້ເຂົາຫລົງທາງກໍ່ບໍ່ມີໃຜສາມາດເຮັດໃຫ້ລາວໄດ້ຮັບທາງນຳ ເຮົາຂໍປະຕິຍານວ່າບໍ່ມີພຣະເຈົ້າອື່ນໃດນອກຈາກອັລລໍຫ໌ພຽງອົງດຽວເທົ່ານັ້ນ ໂດຍບໍ່ມີພາຄີໃດໆຕໍ່ພຣະອົງ ແລະເຮົາຂໍປະຕິຍານວ່າແທ້ຈິງມຸຮຳຫມັດນັ້ນເປັນບ່າວແລະສາສະນະທູດຂອງພຣະອົງ ຂໍການສະດຸດີແຫ່ງອັລລໍຫ໌ແລະຄວາມສັນຕິສຸກປອດໄພຈົ່ງມີແດ່ທ່ານແລະບັນດາພີ່ນ້ອງ ຕະຫຼອດຮອດເສາະຫາບະຫ໌ຂອງທ່ານທຸກຄົນ ລວມເຖິງຜູ້ທີ່ຈະເລິນຮອຍຕາມພວກເຂົາດ້ວຍກັບຄວາມດີງາມ ຈົນຮອດມື້ແຫ່ງການຕັດສິນ